lottery logo
                

ກົດລະບຽບທົົ່ວໄປ.

ມາດຕາ 1:

ຈຸດປະສົງ ແລະ ເປົ້າໝາຍ ກົດລະບຽບສະບັບນີ້ແມ່ນກຳນົດຫຼັກການ, ລະບຽບການ, ໂດຍຈຸດປະສົງກໍ່ຄືກຳນົດລະບຽບການອື່ນໆ ກັບຄວາມຮັບຜິດຊອບ ແລະ ໜ້າທີ່, ຄຸ້ມຄອງຜູ້ຊື້ກັບຂໍ້ກຳນົດກ່ຽວກັບການຈຳໜ່າຍຫວຍທີ່ບໍລິສັດ DLPE ພີມຈຳໜ່າຍ.

ມາດຕາ 2:

ນິຍາມ ແລະ ຄຳອະທິບາຍ ນິຍາມຂອງຄຳສັບທີ່ໃຊ້ໃນລະບຽບສະບັບນີ້:

2.1.

‘ສະຫຼາກພັດທະນາ 5/45’ ແມ່ນຜະລິດຕະພັນໜຶ່ງຂອງຫວຍພັດທະນາ ໂດຍມີລະບົບການຈຳໜ່າຍແບບທັນສະໄໝ, ສາມາດເລືອກຊື້ໄດ້ຢູ່ເຄື່ອງຂາຍເລກແບບອັດຕະໂນມັດ (POS) ທີ່ຕິດຕັ້ງໄວ້ຢູ່ສະຖານທີ່ຕ່າງໆທີ່ໄດ້ຮັບອານຸຍາດ, ເຄື່ອງຂາຍແບບເຄື່ອນທີ່ (Mobile POS) ເຊິ່ງຂໍ້ມູນການສັ່ງຊື້ ພິມອອກເປັນໃບສະຫຼາກ ແລະ ຜ່ານໂທລະສັບມືຖືດ້ວຍລະບົບແອັບພຮິເຄຊັນສະເພາະຂອງ ຫວຍພັດທະນາ ເຊິ່ງຂໍ້ມູນການສັ່ງຊື້ ເປັນໃບສະຫຼາກອີເລັດໂຕຣນິກ ແລະ ຈະຖຶກເກັບບັນທືກໄວ້ຢູ່ລວມສູນບ່ອນດຽວ ຄື ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ, ພາຍຫຼັງປະກາດຜົນອອກລາງວັນ ລະບົບຈະຄຳນວນຜົນຂອງການຂາຍໄດ້-ຖືກລາງວັນແບບອັດຕະໂນມັດ ແລະ ລະສະຫຼຸບຜົນການຈຳໜ່າຍຕາມລະບຽບການ.

2.2.

'ເຈ້ຍໝາຍ' ແມ່ນເຈ້ຍທີ່ຜູ້ຊື້ເປັນຄົນເລືອກໝາຍເລກສ່ຽງ ຫຼື ຈະເລືອກໝາຍເອົາແບບເລກສຸ່ມ 'ອັດຕະໂນມັດ' ທີ່ຕ້ອງການຫຼັງຈາກນັ້ນກໍ່ຈະປຣີ້ນໃບບີນໃຫ້ຜູ້ຊື້.

2.3.

'ໄລຍະເວລາການພິມ-ຈຳໜ່າຍ' (ການຂາຍໃນແຕ່ລະງວດ) ແມ່ນເປັນການສ້າງງວດ ແລະ ເປີດການຂາຍ ຫຼື ການວາງຈຳໜ່າຍຫຼັງຈາກມື້ອອກເລກລາງວັນຂອງງວດຜ່ານມາເປັນຕົ້ນໄປ. ເຊິ່ງເອີ້ນວ່າ: ໄລຍະເວລາການຈຳໜ່າຍທີ່ມີການຈຳໜ່າຍໃນງວດນັ້ນ.

2.4.

'ເວລາຢຸດຈ າໜ່າຍ' ໝາຍເຖິງເວລາປິດການຈຳໜ່າຍ(ຂາຍ)ໃຫ້ແກ່ລູກຄ້າ.

2.5.

'ການຖືກລາງວັນ' ແມ່ນຕົວເລກທີ່ຖືກຕ້ອງມີຄວາມສອດຄ່ອງກັບໝາຍເລກທີ່ໄດ້ປະກາດຕາມຜົນການອອກລາງ ວັນໃນງວດໜາຍເຖິງການຖືກລາງວັນ ແລະ ສາມາດເບິກຈ່າຍໃຫ້ຕາມໂຄງປະກອບລາງວັນທີ່ຖືກກຳນົດໄວ້ຕາມລະ ບຽບການ.

2.6.

'ຜູ້ຂາຍ' ແມ່ນຜູ້ທີ່ຂາຍສະຫຼາກພັັດທະນາ 5/45 ແລະ ໄດ້ຮັບຜົນປະໂຫຍດຈາກເປີເຊັນການຂາຍໃນແຕ່ລະຄັ້ງໂດຍປະຕິບັດຕາມມາດຖານເງື່ອນໄຂ ແລະ ລະບຽບການຈຳໜ່າຍທີ່ກຳນົດ ມີຂໍ້ມູນປະຫວັດຂອງຕົນ, ເຮັດສັນຍາເປັນຜູ້ຂາຍ ກັບ ບໍລິສັດຮ່ວມທືນ ແລະ ຈຳໜ່າຍໃຫ້ກັບລູກຄ້າຕາມຂອບເຂດ ວັນ ແລະ ເວລາ ທີ່ກຳນົດໄວ້, ລວມທັງມີຫນ້າທີ່ຈ່າຍເງີນລາງວັນ(ສາມາດເບິກຈ່າຍ ແລະ ຫຼັກຖານຢູ່ມາດຕາ 8.2) ໃຫ້ກັບລູກຄ້າ.

2.7.

'ໂມບາຍແອັບ (Mobile application)' ແມ່ນລະບົບການຂາຍສະຫຼາກຜ່ານຊ່ອງທາງແອັບພຣີເຄເຊີນ ເທີງໂທລະສັບມືຖື ໂດຍມີການເຊື່ອມຕໍ່ສັນຍານອີນເຕີເນັດໃນການຈຳໜ່າຍ ແລະ ເຮັດການບໍລິການຊຳລະເງິນຕ່າງໆ ດ້ວຍຕົນເອງ.

ມາດຕາ 3:

ຂອບເຂດການນຳໃຊ້.

3.1.

ລະບຽບຄຸ້ມຄອງສະບັບນີ້ສາມາດກວດສອບຜ່ານທາງ (www.happy545.com) ຂອງ 'ສະຫຼາກພັດທະນາ 5/45' ກໍລະນີມີການປ່ຽນແປງກົດລະບຽບການຄຸ້ມຄອງສະບັບນີ້ທາງບໍລິສັດຈະແຈ້ງລູກຄ້າຜ່ານທາງແວັບໄຊຂອງບໍລິ ສັດ.

ມາດຕາ 4:

ເວລາຈໍາໜ່າຍ

4.1.

ການອອກເລກລາງວັນແມ່ນປະຕິບັດຕາມແຜນການອອກເລກລາງວັນປະຈຳປີປົກກະຕິຂອງ ບໍລິສັດລັດ ວິສາ ຫະກິດ ຫວຍພັດທະນາລາວ ກຳນົດໄວ້.

4.2.

ການວາງຈຳໜ່າຍທຸກໆມື້ແມ່ນເລີ່ມແຕ່ກຳນົດການສ້າງງວດຈຳໜ່າຍໃໝ່ເປັນຕົ້ນໄປຈົນຮອດເວລາປິດການ ຂາຍ ແບບອັດຕະໂນມັດກໍລະນີຈຳເປັນສາມາດສັ່ງປິດເອງໄດ້ກ່ອນອອກເລກລາງວັນ ເວລາ 20:00 ໂມງ (ເວລາ ການປິດອ່ານມີການປ່ຽນແປງຕາມແຕ່ລະໄລຍະ ແລະ ຕ້ອງແມ່ນກ່ອນອອກ ເລກລາງວັນໃນແຕ່ລະຄັ້ງ)

ມາດຕາ 5:

ການຄຸ້ມຄອງມູນຄ່າຈຳໜ່າຍ, ລາຄາ ແລະ ວິທີການຊ່ຽງໂຊກ

5.1.

ລາຄາຂາຍແຕ່ລະເກມ ມີລາຄາ 5,000 ກີບ/ເກມ ແລະ ສາມາດຊື້ໄດ້ສູງສຸດຕາມມູນຄ່າຈຳໜ່າຍທີ່ໄດ້ກຳ ນົດໄວ້.

5.2.

ວິທີ່ສ່ຽງໂຊກ ຜ່ານຊ່ອງທາງ ປະກອບມີ: ຜ່ານເຄື່ອງຂາຍແບບເຄື່ອງ (Mobile POS and POS), ແອັບເທິງມືຖື ແລະ ອື່ນໆທີ່ໄດ້ຮັບອານຸຍາດໃຫ້ຈຳໜ່າຍ.

1.

ຜູ້ຊື້ແມ່ນໝາຍໃສ່ເຈ້ຍທີ່ກຳນົດໄວ້ສະເພາະ (ເລກສ່ຽງ + ຈຳນວນເງິນ) ໃຫ້ຈະແຈ້ງ ປະກອບມີ 3 ວິທີຄື: ເລືອກສ່ຽງເອງ, ເລືອກເລກສ່ຽງແບບໂອໂຕ້ ຫຼື ເລືອກສ່ຽງແບບເຄິ່ງໂອໂຕ້(ແມ່ນການເລືອກເລກສ່ຽງເອງ ແລະ ເລືອກເລກສ່ຽງແບບໂອໂຕ້ພ້ອມກັນ) ແລ້ວສົ່ງໃຫ້ຜູ້ຂາຍເພື່ອສັ່ງຊື້ຕາມຂັ້ນຕອນ. ຫຼັງຈາກຈ່າຍເງິນ ຕາມຈຳນວນທີ່ໄດ້ສັ່ງຊື້ແລ້ວຜູ້ຂາຍຈະປຣີນໃບບີນໃຫ້ຜູ້ຊື້. ໃນເວລາຖືກລາງວັນໃຫ້ນຳໃບບີນດັ່ງກ່າວມາຂື້ນເງິນ.

2.

ກໍລະນີຊື້ຜ່ານທາງແອັບເທິງໂທລະສັບມືຖືທີ່ເປັນໃບສະຫຼາກອີເລັກໂທຣນິກແມ່ນໃຫ້ປະຕິບັດຕາມຂັ້ນຕອນການສ່ຽງໂຊກທີ່ໄດ້ກຳນົດໄວ້ສະເພາະ (ຄຳແນະນຳ) ຢູ່ໃນລະບັບ ແລະ ຊື່ອອນລາຍ.

ມາດຕາ 6:

ການຊໍາລະ(ຈ່າຍ) ເງິນ ຕ້ອງຊຳລະ(ຈ່າຍ)ເງິນຕາມທີ່ບໍລິສັດໄດ້ກຳນົດໄວ້ ແລະ ຈ່າຍເງິນສົດໃນເວລາຊື້.

ມາດຕາ 7:

ການອອກລາງວັນ

7.1.

ການອອກລາງວັນແມ່ນຈັດຕັ້ງຂື້ນຢູ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຫຼື ຕາມການເຫັນດີຂອງລັດທະ ບານໂດຍນຳໃຊ້ອຸປະກອນການອອກເລກສະເພາະໂດຍບັນຈຸໝາກບານຈຳນວນ 45 ໜ່ວຍ (01-45) ລົງໃສ່ໃນເຄື່ອງ ອອກລາງວັນແລ້ວກົດປຸ່ມເປີດເຄື່ອງກໍຈະທຳການໝູນແບບອັດຕະໂນມັດຈົນກວ່ານ່ວຍບານຕົກລົງມາຊ່ອງທີ່ກຳນົດໄດ້ ໜ່ວຍບານຄົບຕາມຈຳນວນ 05 ໜ່ວຍບານ.

7.2.

ທຸກໆຄັ້ງໃນການອອກລາງວັນມີຄະນະກຳມະການຄຸ້ມຄອງການອອກເລກລາງວັນເຂົ້າຮ່ວມເຮັດໜ້າທີ່ໃນ ການກວດກາຄຸ້ມຄອງຄວາມພ້ອມອຸປະກອນ, ດຳເນີນການອອກລາງວັນ ແລະ ເຊັນຢືນຢັນຜົນການອອກເລກລາງວັນ.

7.3.

ຜົນອອກເລກລາງວັນໃນແຕ່ລະຄັ້ງແມ່ນນຳໃຊ້ເອກະພາບກັນໃນຂອບເຂດທົ່ວປະເທດ.

ມາດຕາ 8:

ມູນຄ່າລາງວັນ, ການເບິກຈ່າຍ ແລະ ຮັບເງິນລາງວັນ

8.1.

ມູນຄ່າເງິນລາງວັນສະຫຼາກພັດທະນາ 5/45 ແບບທັນສະໄໝທັງໝົດ ຄິດໄລ່ໃນອັດຕາ 55% ຂອງມູນຄ່າ ຂາຍໄດ້ໃນແຕ່ລະງວດ(ຄັ້ງ) ໂດຍແບ່ງເປັນອັດຕາການຖືກຕໍ່ເກມ ແລະ ມູນຄ່າແຕ່ລະລາງວັນຄືດັ່ງນີ້:

ສະຫຼາກພັດທະນາ 5/45 ແບບທັນສະໄໝ ຊື້ 1 ເກມ (5 ໝາຍເລກ) ສາມາດລຸ້ນຮັບລາງວັນໄດ້ ລາງວັນ ແລະ ຕ້ອງຊື້ຖືກຕາມຜົນລາງວັນໃນຈຳນວນ 5 ໝາຍເລກຄື:

ລາງວັນທີ 1:

ຕ້ອງຖືກ 5 ໝາຍເລກ ຢູ່ໃນຕຳແໜ່ງໃດກໍ່ໄດ້ (ບໍ່ຈຳເປັນຕ້ອງລຽງຕາມລຳດັບ), ອັດຕາການຖືກເລກລາງ ວັນເທົ່າກັບ 1/1,221,759.

ລາງວັນທີ 2:

ຕ້ອງຖືກ 4 ໝາຍເລກ ຢູ່ໃນຕຳແໜ່ງໃດກໍ່ໄດ້ (ບໍ່ຈຳເປັນຕ້ອງລຽງຕາມລຳດັບ), ອັດຕາການຖືກເລກລາງ ວັນເທົ່າກັບ 1/6,109.

ລາງວັນທີ 3:

ຕ້ອງຖືກ 3 ໝາຍເລກ ຢູ່ໃນຕຳແໜ່ງໃດກໍ່ໄດ້ (ບໍ່ຈຳເປັນຕ້ອງລຽງຕາມລຳດັບ), ອັດຕາການຖືກເລກລາງ ວັນເທົ່າກັບ 1/157.

ລາງວັນທີ 4:

ຕ້ອງຖືກ 2 ໝາຍເລກ ຢູ່ໃນຕຳແໜ່ງໃດກໍ່ໄດ້ (ບໍ່ຈຳເປັນຕ້ອງລຽງຕາມລຳດັບ), ອັດຕາການຖືກເລກລາງ ວັນເທົ່າກັບ 1/12.

ຕົວຢ່າງ: ຜົນອອກລາງວັນ 07, 09, 10, 35, 40.

ກໍລະນີຖືກລາງວັນທີ 1:

ເລກສ່ຽງທີື່ຊືືິ້ 07, 09, 10, 35, 40 ຈຳນວນ 5 ໝາຍເລກຕົງກັບຜົນອອກລາງວັນ ແມ່ນຖືວ່າຖືກລາງວັນ.

ກໍລະນີຖືກລາງວັນທີ 2:

ເລກສ່ຽງທີື່ຊືືິ້ 07, 12, 09, 10, 35 ຈຳນວນ 4 ໝາຍເລກຕົງກັບຜົນອອກລາງວັນ ແມ່ນຖືວ່າຖືກລາງວັນ.

ກໍລະນີຖືກລາງວັນທີ 3:

ເລກສ່ຽງທີື່ຊືືິ້ 11, 09, 10, 35, 30 ຈຳນວນ 3 ໝາຍເລກຕົງກັບຜົນອອກລາງວັນ ແມ່ນຖືວ່າຖືກລາງວັນ.

ກໍລະນີຖືກລາງວັນທີ 4:

ເລກສ່ຽງທີື່ຊືືິ້ 07, 20, 35, 36 ຈຳນວນ 2 ໝາຍເລກຕົງກັບຜົນອອກລາງວັນ ແມ່ນຖືວ່າຖືກລາງວັນ.

ຕົວຢ່າງມູນຄ່າເງິນລາງວັນຕໍ່ເກມ(ກໍລະນີທີ່ໄດ້ຂາຍ ອັດຕາສ່ວນຄວາມເປັນໄປໄດ້ໃນການຖືກລາງວັນທີ 1)

ລາງວັນທີ 1:

ມີ 1 ລາງວັນ. ຊື້ຖືກໝົດທັງ 5 ໝາຍເລກຈະໄດ້ຮັບເງິນລາງວັນຈາກເງິນສະສົມ (ຖ້າມີ) ແລະ ບວກກັບ ອັດຕາສ່ວນ 55% ຂອງມູນຄ່າຂາຍໄດ້ທີ່ເຫຼືອຈາກການຈ່າຍລາງວັນທີ່ມີຄົນຖືກ ລາງວັນທີ 2,3 ແລະ 4 ໃນແຕ່ລະຄັ້ງ ນັ້ນແມ່ນເງິນລາງວັນທີ 1 ເຊິ່ງມີມູນຄ່າຕ່ຳສຸດ 1,250,000,000 ກີບ. (ໃນກໍລະນີເງິນລາງວັນຈາກການສະສົມ (ຖ້າມີ) ແລະ ບວກກັບອັດຕາສ່ວນ 55% ຂອງມູນຄ່າຂາຍໄດ້ທີ່ເຫຼືອຈາກ ການຈ່າຍໃຫ້ລາງວັນທີມີຄົນຖືກລາງວັນທີ 2, 3 ແລະ 4, ຫາກຕຳ່ກວ່າ 1,250,000,000 ກີບ, ທາງບໍລິສັດຮຸ້ນສ່ວນ ຕົວແທນ ພີມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຈຳກັດ ຈະເພີ່ມໃສ່ໃຫ້ຮອດ 1,250,000,000 ກີບ, ແຕ່ເງິນລາງວັນສະສົົມກ່ອນໜ້ານີ້ ແລະ ອັດຕາສ່ວນ 55% ຂອງຍອດຂາຍໄດ້ເຫຼືອຈາກການຈ່າຍລາງວັນທີ່ມີຄົນຖືກ ລາງວັນທີ 2,3 ແລະ 4 ບວກໃສ່ກັນແລ້ວກາຍຈຳນວນເງິນລາງວັນຕຳ່ສຸດ 1,250,000,000 ກີບ ແມ່ນເອົາເງິນລາງ ວັນດັ່ງກ່າວນັ້ນເປັນເງິນລາງວັນທີ 1 ເລີຍ).

ລາງວັນທີ 2:

ມີ 200 ລາງວັນ ຖືກ 4 ໝາຍເລກຈະໄດ້ຮັບເງິນລາງວັນລະ 4.000.000 ກີບ.

ລາງວັນທີ 3:

ມີ 7,800 ລາງວັນ ຖືກ 3 ໝາຍເລກຈະໄດ້ຮັບເງິນລາງວັນລະ 50.000 ກີບ.

ລາງວັນທີ 4:

ມີ 98,800 ລາງວັນ ຖືກ 2 ໝາຍເລກຈະໄດ້ຮັບເງິນລາງວັນລະ 5.000 ກີບ.

ໝາຍເຫດ:

+ ລາງວັນທີ 1 ສາມາດຖືກລາງວັນໄດ້ຫຼາຍກ່ວາ 1 ຄົນ ແລະ ເງິນລາງວັນຈະຖືກແບ່ງຕາມຈຳນວນຄົນຖືກໃນງວດນັ້ນ. + ແມ່ນມູນຄ່າເງິນລາງວັນສະສົມຂອງລາງວັນທີ 1 ແມ່ນເຫຼືອຈາກການຈ່າຍ ລາງວັນທີ 2, 3 ແລະ 4 ແລ້ວ/ຄັ້ງ. + ມູນຄ່າເງິນລາງວັນສະສົມແມ່ນບໍ່ມີກຳນົດຈະສະສົມໄປຈົນກ່ວາຈະມີຜູ້ຖືກລາງວັນທີ 1 ແລະ ຈະເລີ່ມຕັ້ງຕົ້ນສະສົມ ລາງວັນໄໝ່. + ເງິນລາງວັນທີ 1, 2, 3, 4 ຈະເບີກຈ່າຍໃຫ້ຜູ້ທີ່ຖືກລາງວັນຕາມເງື່ອນໄຂການຖືກເງິນລາງວັນ, ໃນກໍລະນີຖືກຫຼາຍ ລາງວັນຊຳ້ກັນໃນ 1 ເກມແມ່ນຈະຈ່າຍໃຫ້ແຕ່ລາງວັນດຽວກໍ່ຄືລາງວັນທີ່ໃຫຍ່ກວ່າໝູ່.

8.2.

- ມື້ເລີ່ມເບີກຈ່າຍເງິນລາງວັນແມ່ນຫຼັງຈາກມື້ອອກເລກລາງວັນໃນມື້ຕໍ່ມາ ມີກຳນົດເບີກຈ່າຍອມ່ນບໍ່ໃຫ້ກາຍ 30 ວັນ ນັບແຕ່ມື້ອອກເລກລາງວັນເປັນຕົ້ນໄປ ຖ້າກາຍກຳນົດຖືວ່າຜູ້ຖືກລາງວັນສະຫຼະສິດ. - ເງື່ອນໄຂໃນການຮັບເງິນລາງວັນຕ້ອງມີລັກຖານການຖືກລາງວັນທີ່ສົມບູນຖືກຕ້ອງ (ບໍ່ມີຮອຍລືບ, ເປື້ອນ, ຈິກຂາດ ຫຼື ຂີດຂ້າ) ແລະ ໜັງສືຢັ້ງຢືນບັດປະຈຳຕົວ, ສຳມະໂນຄົວ, ອື່ນໆ ມາຢັ້ງຢືນຮັບລາງວັນ. - ເງິນລາງວັນທີ່ຈະເບີກຈ່າຍໃຫ້ຜູ້ໂຊກດີ ຕ້ອງໄດ້ຫັກອາກອນຕາມກົດມາຍກຳນົດ. - ສະຖານທີ່ເບີກຈ່າຍເງິນລາງວັນແມ່ນອິງຕາມລາງວັນທີຖືກຄື: ລາງວັນທີ່ 1 ແມ່ນຮັບເອົາເງິນລາງວັນຢູ່ສຳນັກງານ ໃຫຍ່ວິສາຫະກິດຮຸ້ນສ່ວນ ຕົວແທນພີມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝຈຳກັດ ແລະ ລາງວັນທີ 2, 3 ແລະ 4 ຮັບເອົາເງິນລາງວັນໄດ້ຢູ່ຈຸດຈຳໜ່າຍທີ່ເຮັດເບີກຈ່າຍເງິນລາງວັນ ຫຼື ສາຂາທະນາຄານທີ່ໄດ້ກຳນົດໄວ້. - ເງິນລາງວັນຕ້ອງຜ່ານການກວດກາຈາກລະບົບໂປຣແກຣມ ຖ້າຖືກຕ້ອງຈື່ງສາມາດເບີກຈ່າຍລາງວັນໄດ້. - ການເບີກຈ່າຍເງີນລາງວັນແມ່ນສາມາດຮັບເງິນສົດ, ໂອນຜ່ານລະບົບບັນຊີທະນາຄານ ຫຼື ກະເປົາເງິນອີເລັກໂທຣນິກ (ກໍລະນີນຳໃຊ້ແອັບ). - ເງິນລາງວັນທີຖືກແຕ່ບໍ່ມາເອົາຕາມວັນເວລາທີ່ໄດ້ກຳນົດຖືວ່າເປັນເງິນລາງວັນຄ້າງຈ່າຍ ແລະ ຈຳນວນເງິນດັ່ງກ່າວ ຕ້ອງໄດ້ສະຫຼຸບແບ່ງປັນຕາມລະບຽບທີ່ໄດ້ກຳນົດໄວ້. - ຜູ້ຮັບເງິນລາງວັນຕ້ອງມີອາຍຸບໍ່ຕຳ່ກວ່າ 18 ປີ ຈື່ງສາມາດເບິກຈ່າຍເງິນລາງວັນໃຫ້ໄດ້.

ມາດຕາ 9:

ສະຫຼາກລາງວັນທີຖືເປັນໂມຂະ

9.1.

ໃບສະຫຼາກທີ່ບໍ່ຖືກຕ້ອງ, ຈີກຂາດ, ປອມແປງ, ບໍ່ສາມາດກວດສອບໄດ້, ບໍ່ມີໃນລະບົບການຂາຍ.

9.2.

ໃບສະຫຼາກໝົດກຳນົດການເບີກຈ່າຍເງິນລາງວັນ 30 ວັນ

9.3.

ໃບສະຫຼາກທີ່ຖືກຍົກເລີກຜ່ານການກວດກາການຍົກເລີກທີ່ຖືກຕ້ອງແມ່ນບໍ່ສາມາດເບີກຈ່າຍລາງວັນໄດ້.

ມາດຕາ 10: ການຍົກເລີກໃບສະຫຼາກ
10.1.

ຜູ້ຊື້ຕ້ອງການຢາກຍົກເລີກໃບສະຫຼາກ: ຫຼັງຈາກທີ່ຜູ້ຊື້ໄດ້ຮັບໃບບີນທີ່ຖືກປຣີ່ນອອກຈາກເຄື່ອງຂາຍພາຍໃນ 20 ນາທີຕ້ອງແຈ້ງເຫດຜົນໃຫ້ທີ່ຍົກເລິກໃຫ້ຄົນຂາຍຮູ້(ແຕ່ຕ້ອງຍົກເລິກຢູ່ເຄື່ຶອງທີ່ໃບບີນປຣີ່ນອອກເທົ່ານັ້ນ, ບໍ່ສາມາດ ຍົກເລິກຢູ່ເຄື່ອງອື່ນໄດ້) ເອກະພາບກັນແລ້ວໃຫ້ຜູ້ຂາຍຍົກເລີກໃຫ້ຕາມລະບຽບການ.

10.2.

ກໍລະນີຜູ້ຂາຍບໍ່ສາມາດປຣີ່ນໃບສະຫຼາກ ຫຼື ຍັງບໍ່ສຳເລັດ: ຈະມີການກວດສອບໂຄດ ແລະ ປ່ອນຂໍ້ມູນໂຄດຕາມ ລະບຽບທີ່ໄດ້ກຳນົດແລ້ວ ຖືວ່າໃບສະຫຼາກນັ້ນຖືກຍົກເລີກຕາມຂັ້ນຕອນ.

10.3.

ການຍົກເລີກໃບສະຫຼາກຕ້ອງໄດ້ສຳເລັດກ່ອນການອອກເລກລາງວັນ ເວລາ 20:00 ໂມງ (ກ່ອນປິດລະບົບ ການຂາຍ).

10.4.

ກໍລະນີນຳໃຊ້ຜ່ານແອັບໂທລະສັບມືຖື ແມ່ນຕ້ອງປະກອບຂໍ້ມູນໃນເງື່ອນໄຂການຍົກເລີກທີ່ໄດ້ກຳນົດໄວ້ໃນ ແອັບແຈ້ງສົ່ງໃຫ້ສຳນັກງານ ຫຼື ຕົວແທນ ຍົກເລີກໃຫ້ກ່ອນການອອກເລກລາງວັນຕາມລະບຽບການ.

ມາດຕາ 11: ການກຳນົດຄວາມຮັບຜິດຊອບ

11.1

ທາງບໍລິສັດ DLPE ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນຂອງຜູ້ຊື້ດ້ວຍເຫດຜົນຂາດຄວາມຮູ້ ແລະ ຄວາມເຂົ້າໃຈກ່ອນໜ້ານີ້ກ່ຽວກັບກົດລະບຽບການຄຸ້ມຄອງ.

11.2

ທາງບໍລິສັດ DLPE ເປັນຜູ້ທີ່ຈ້າງງານກໍ່ຄືຜູ້ຂາຍ ຫຼື ວ່າຕົວແທນຈຳໜ່າຍຕາມເນື້ອໃນສັນຍາ ແລະ ຈະບໍ່ຮັບຜິດ ຊອບກ່ຽວກັບຄວາມເສຍຫາຍຂອງຜູ້ຊື້ທີ່ເກີດຂື້ນອິງຕາມການລະເມີດກົດລະບຽບການຄຸ້ມຄອງສະບັບນີ້.

11.3

ບໍລິສັດ DLPE ບໍ່ມີໜ້າທີ່ເຂົ້້າໄປແຊກແຊງກ່ຽວກັບຂໍ້ຂັດແຍ່ງທີ່ເກີດຂື້ນໂດຍເປັນສື່ກາງໃນການໄກ່ເກ່ຍລະ ຫວ່າງ ບຸກຄົນທີ່ 3 ແລະ ຜູ້ຊື້, ແລະ ລະຫວ່າງຜູ້ຊື້ກັບຜູ້ຊື້. ດ້ວຍເຫດຜົນນີ້ຈະບໍ່ຮັບຜິດຊອບຊົດໃຊ້ຄ່າເສຍຫາຍທີ່ເກິດ ຂື້ນ.

11.4

ທາງບໍລິສັດ DLPE ຈະບໍ່ຮັບຜິດຊອບກ່ຽວກັບຄວາມເຫຍຫາຍທີ່ເກີດຂື້ນຕາມຄວາມຜິດພາດສ່ວນຕົວຂອງ ຜູ້ຊື້ ແລະ ເວລາຊື້ໃບຫວຍຜ່ານແອັບໂທລະສັບ, ເຄຶ່ອງຈຳໜ່າຍ.

11.5.

ໃບສະຫຼາກໃຊ້ແທນເປັນເງິນທີ່ບໍ່ໄດ້ລະບຸຊື່ໃຜຄົນໜຶ່ງໃສ່ໂດຍຫຼັກການແລ້ວບໍລິສັດ DLPE ຈະຖືວ່າ ຜູ້ທີ່ຄອບ ຄອງໃບສະຫຼາກມີສິດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍ. ໃນກໍລະນີໃບສະຫຼາກທີ່ຊື້ໄປຖືກລັກ ຫຼື ເຮັດເສຍແມ່ນເປັນຄວາມຮັບຜິດຊອບຂອງຜູ້ຊື້, ທາງບໍລີສັດຈະບໍ່ພີມໃບສະ ຫຼາກໃຫ້ໃໝ່ ຫຼື ຊົດເຊີຍ ແລະ ບໍ່ຮັບຜິດໃດໆທັງປວງ.

11.6.

ຖ້າຫາກມີຜູ້ລະເມີດປອມແປງ, ແຮັກ, ປ່ຽນໂຄດສະຫຼາກ ຫຼື ບໍ່ກົງກັບຮູບແບບຂອງວິສາຫະກິດຮຸ້ນສ່ວນ (ບໍລິສັດ DLPE) ກຳນົດຜູ້ກ່ຽວຈະໄດ້ຮັບໂທດຕາມກົດໝາຍ.

ມາດຕາ 12:

ການແກ້ໄຂຂໍ້ຂັດແຍ່ງ ໃນກໍລະນີຖ້າຫາກມີຂໍ້ຂັດແຍ່ງກ່ຽວກັບສະຫຼາກນີ້ຈະຖືກນຳເນີນການແກ້ໄຂຕາມກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດ ແຍ່ງຂອງ ສປປ ລາວ.

ປະທານບໍລິສັດ DLPE