lottery logo
Q ລາຍໄດ້ຈາກການເຂົ້າຮ່ວມລຸ້ນໂຊກຊິງລາງວັນແມ່ນສາມາດສ້າງປະໂຫຍດຫຍັງໄດ້ແນ່?
A

ລາຍໄດ້ບາງສ່ວນທີ່ໄດ້ຈາກການເຂົ້າຮ່ວມລຸ້ນໂຊກຊິງລາງວັນຈາກພວກທ່ານ, ລັດຖະບານແຫ່ງ ສປປ ລາວ ແລະ ວິສະຫະຫິດ

ຫຸ້ນສ່ວນ ຕົວແທນຈຳໜ່າຍສະຫຼາກພັດທະນາ 5/45 ທັນສະໄໝຈຳກັດ (DLPE) ໄດ້ຮ່ວມກັນສ້າງຕັ້ງແຜນຂື້ນເພື່ອຈັດຕັ້ງ

ປະຕິບັດໃນການນຳເອົາເງີນຈຳນວນດັ່ງກ່າວເຂົ້າໄປໝູນໃຊ້ເຂົ້າໃນໂຄງການຊ່ວຍເຫຼືອສັງຄົມ.

Q ໃບສະຫຼາກແມ່ນສາມາດໝົດອາຍຸໄດ້ບໍ່?
A

ແມ່ນແລ້ວ, ທຸກໆໃບສະຫຼາກແມ່ນມີໝົດອາຍຸ. ເຊິ່ງໃບສະຫຼາກແມ່ນໃຊ້ໄດ້ສະເພາະເກມຕໍ່ເກມເທົ່ານັ້ນ ແລະ ໄລຍະເວລາຮັບເງິນລາງວັນແມ່ນ 30 ມື້ນັບຕັ້ງແຕ່ມື້ເລີ່ມເບີກຈ່າຍ. 

ການເຂົ້າຮ່ວມຊິງໂຊກອອນໄລນ (ຜ່ານແອັບມືຖື) ແມ່ນສາມາດຫຼຸດຜ່ອນຄວາມສ່ຽງໃນການລືມຮັບເງີນລາງວັນໄດ້ເພາະວ່າເງີນລາງວັນຈະຖືກໂອນເຂົ້າບັນຊີທ່ານໂດຍກົງ.

Q ໃບສະຫຼາກແມ່ນມີລາຄາເທົ່າໃດ?
A

ໃບສະຫຼາກໜື່ງໃບແມ່ນຖືກຂາຍຢູ່ທີລາຄາ່ 5,000 ກີບຕໍ່ 1 ເກມ ແລະ ທ່ານສາມາດເຂົ້າຮ່ວມລຸ້ນໂຊກໄດ້ 5 ເກມ ໃນ 1 ໃບສະຫຼາກ

Q ຂ້ອຍເຮັດໃບສະຫຼາກເສຍ. ຂ້ອຍຄວນເຮັດແນວໃດ?
A

ບໍລິສັດຂອງພວກເຮົາຈະບໍ່ຮັບຜິດຊອບຕໍ່ກັບໃບສະຫຼາກທີ່ບໍ່ສາມາດກວດສອບໄດ້ເຊັ່ນ: ການສູນຫາຍ ຫຼື ການຈິກຂາດເປັນຕົ້ນ.

ສະນັ້ນ, ເພື່ອຫຼີກລ້ຽງບັນຫາດັ່ງກ່າວ ທ່ານສາມາດເຂົ້າຮ່ວມລຸ້ນໂຊກຊິງລາງວັນໄດ້ຜ່ານແອັບມືຖືເຊິ່ງຈະເຮັດໃຫ້ໃບສະຫຼາກຂອງທ່ານ ແລະ ຕົວເລກທີ່ທ່ານເລືອກຖືກເກັບຮັກສາໄວ້ຢ່າງປອດໄພດ້ວຍຮູບແບບອອນໄລນ.

Q ໃບສະຫຼາກຂອງຂ້ອຍມີບັນຫາ, ຂ້ອຍສາມາດຂໍເງີນຄືນໄດ້ບໍ່?
A

ໃບສະຫຼາກທີ່ພີມອອກໃຫ້ຢ່າງຖືກຕ້ອງຈະບໍ່ສາມາດຂໍເງີນຄືນໄດ້. ສະນັ້ນ, ກະລຸນາກວດສອບໃຫ້ໝັ້ນໃຈວ່າໝາຍເລກທີ່ຢູ່ໃນໃບສະຫຼາກແມ່ນກົງກັນກັບໝາຍເລກທີ່ທ່ານເລືອກ.

Q ຂ້ອຍສາມາດຊອກເບິ່ງຜົນຫວຍໄດ້ຢູ່ໃສ່?
A

ທ່ານສາມາດກວດເບີ່ງຜົນຫວຍຜ່ານການຮັບຊົມຖ່າຍທອດສົດການຈັບສະຫຼາກລາງວັນ ຫຼື ສາມາດກົດເຂົ້າໄປທີ່ລີ້ງ”..........” ເພື່ອເຂົ້າໄປເບີ່ງຜົນຫວຍຜ່ານເວັບໄຊທາງການຂອງພວກເຮົາ ແລະ ຍັງສາມາດກວດເບິ່ງຜົນຫວຍໄດ້ໂດຍຜ່ານຊ່ອງທາງຮູບແບບອອນໄລນອື່ນໆ. ພ້ອມກັນນັ້ນ, ພວກເຮົາຍັງມີຜະລິດຕະພັນແອັບມືຖືທີ່ສາມາດກວດສອບຜົນຫວຍ, ເຂົ້່າຮ່ວມລຸ້ນໂຊກຊິງລາງວັນຜ່ານຮູບແບບອອນໄລນ ແລະ ຍັງມີຟັງຊັ່ນອື່ນໆທີ່ໜ້າສົນໃຈອີກຫຼາກຫຼາຍ. ກະລຸນາກົດທີ່ລີ້ງນີ້ເພື່ອທົດລອງໃຊ້ແອັບມືຖືດັ່ງກ່າວ

Q ຫວຍແຮັບປີ້ 5/45 ແມ່ນມີລາງວັນຫຍັງແດ່?
A

  ຫວຍແຮັບປີ້ 5/45 ແມ່ນເປີດໂອກາດໃຫ້ທ່ານລຸ້ນໂຊກຊິງລາງວັນທີ 1 (ເລີ່ມຕົ້ນ 1,250,000,000 ກີບ ພ້ອມດ້ວຍເງີນສະສົມຕາມຍອດຂາຍ) ແລະ ລາງວັນພິເສດອື່ນໆ ພຽງແຕ່ທ່ານເຂົ້າຮ່ວມລຸ້ນໂຊກດ້ວຍໃບສະຫຼາກ 1 ໃບມູນຄ່າ 5,000 ກີບຕໍ່ 1 ເກມກົດເຂົ້່າລີ້ງເພື່ອເບິ່ງຂໍ້ມູນເພີ່ມຕື່ມສຳລັບໂຄງສ້າງເງີນລາງວັນ

Q ສິ່່ງໃດຈະເກີດຂື້ນຖ້າຫາກວ່າຍັງບໍ່ທັນມີຜູ້ໂຊກດີລາງວັນທີ 1 ເທື່ອ?
A

ຖ້າຫາກວ່າຍັງບໍ່ທັນມີຜູ້ໂຊກດີຖືກລາງວັນທີ 1, ເງີນລາງວັນຈະຖືກຍົກຍອດໄປໃສ່ການຈັບສະຫຼາກລາງວັນໃນຮອບຖັດໄປເລື້ອຍໆຈົນກວ່່າຈະມີຜູ້ໂຊກດີໄດ້ຮັບລາງວັນ.

Q ຜຸ້ຊະນະແມ່ນສາມາດບໍ່ເປີດເຜີຍຕົນເອງໄດ້ ຫຼື ບໍ່?
A

ເພື່ອຄວາມປອດໄພຂອງຕົວທ່ານເອງ, ທ່ານສາມາດໃສ່ໜ້າກາກທີ່ພວກເຮົາໄດ້ອອກແບບໄວ້ໂດຍສະເພາະເພື່ອໃຫ້ທ່ານຮູ້ສຶກປອດໄພໃນເວລາທີ່ທ່ານມາຮັບເງີນລາງ ແລະ ຖ່າຍຮູບເພື່ອຢັ້ງຢືນ.

Q ໄລຍະເວລາທີ່ຂ້ອຍສາມາດໄປຮັບເງິນລາງວັນໄດ້ແມ່ນດົນປານໃດ?

A

ທ່ານສາມາດຮັບລາງວັນໄດ້ພາຍໃນໄລຍະເວລາ 30 ວັນ ນັບຕັ້ງແຕ່ມື້ເລີ່ມເບີກຈ່າຍ